ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມາ​ເລ​ເຊຍ ຍື່ນ​ໃບ​ຄຳ​ຮ້ອງ​ຂໍ​ເຂົ້າ​ຮ່ວມ​ບຣິກສ໌

     ວິທະຍຸ​ກະຈາຍສຽງ​ ຫວຽດນາມ ລາຍ​ງານ​ໃຫ້​ຮູ້​ໃນ​ວັນ​ທີ 29 ກໍລະກົດ 2024 ນີ້​ວ່າ: ວັນ​ທີ 28 ກໍລະກົດ ຜ່ານ​ມາ, ສຳນັກ​ຂ່າວສານ​ເບີ​ນາ​
ມາ (Bernama) ຂອງ ມາ​ເລ​ເຊຍ ໃຫ້​ຮູ້​ວ່າ: ມາ​ເລ​ເຊຍ ໄດ້​ຍື່ນ​ໃບ​ຄຳ​ຮ້ອງ​ຂໍ​ເຂົ້າ​ຮ່ວມ​ກຸ່ມ​ບັນດາ​ປະເທດ​ທີ່​ມີ​ພື້ນຖານ​ເສດຖະກິດ​ຫາກໍ່​ພົ້ນ​ເດັ່ນ
​ແຖວ​ໜ້າ​ຂອງ​ໂລກ ຫຼື ບຣິກສ໌ (BRICS) ເຖິງ ຣັດ​ເຊຍ, ເຊິ່ງ​ເປັນ​ປະເທດ​ປະທານ​ໝູນວຽນ​ຂອງ​ບຣິກສ໌.

     ໃນ​ໃບ​ຄຳ​ຮ້ອງ, ມາ​ເລ​ເຊຍ ໄດ້​ສະແດງ​ຄວາມ​ພ້ອມ​ເຂົ້າ​ຮ່ວມ​ກຸ່ມ ໃນ​ຖານະ​ເປັນ​ປະເທດ​ສະມາຊິກ ຫຼື ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ. ໃນ​ວັນ​ດຽວ​ກັນ,
ກະຊວງ​ການ​ຕ່າງປະເທດ ມາ​ເລ​ເຊຍ ໄດ້​ອອກ​ຖະແຫຼງການ​ວ່າ: ຣັດ​ເຊຍ ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ສະໜັບສະໜູນ ມາ​ເລ​ເຊຍ ເຂົ້າ​ຮ່ວມ​ກຸ່ມ​ດັ່ງກ່າວ.
ຖະແຫຼງການ ໄດ້​ໃຫ້​ຮູ້​ວ່າ, ຄຳ​ໝັ້ນ​ສັນຍາ​ດັ່ງກ່າວ ມີ​ຂຶ້ນ​ໃນ​ລະຫວ່າງ​ການ​ພົບ​ປະກັນ​ຂອງ ທ່ານ ເຊີ​ເກ ລາບຣັອບ (Sergey Lavrov) ລັດຖະມົນ
ຕີ​ກະຊວງ​ການ​ຕ່າງປະເທດ ຣັດ​ເຊຍ ແລະ ທ່ານ ອັນ​ວາ ອິບ​ຣາ​ຮິມ (Anwar Ibrahim) ນາຍົກລັດຖະມົນຕີ ມາ​ເລ​ເຊຍ. ປີ 2006, ລັດຖະມົນຕີ​
ກະຊວງ​ການ​ຕ່າງປະເທດ ​ບັນດາ​ປະເທດ​ບຣິກສ໌ ໄດ້​ຈັດການ​ພົບ​ປະກັນ​ຄັ້ງ​ທຳ​ອິດ, ເປັນ​ການ​ໄຂ​ສັງກາດ​ແຫ່ງ​ການ​ຮ່ວມ​ມື​ບັນດາ​ປະເທດ​ບຣິກສ໌. ມາ
ຮອດ​ປັດຈຸບັນ, ຜູ້ນຳ​ບັນດາ​ປະເທດ​ເສດຖະກິດ​ທີ່​ຫາ​ກໍ​ພົ້ນ​ເດັ່ນ ໄດ້​ຈັດການ​ພົບ​ປະກັນ​ຢ່າງ​ເປັນ​ທາງ​ການ ແລະ ບໍ່​ເປັນ​ທາງ​ການ​ທັງ​ໝົດ 15 ຄັ້ງ. ໃນ​
ເດືອນ ສິງຫາ ປີ 2023, ກອງ​ປະຊຸມ​ພົບ​ປະ​ຄັ້ງ​ທີ 15 ຂອງ​ຜູ້ນຳ​ບັນດາ​ປະເທດ​ບຣິກສ໌ ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນ​ໂຈ​ຮັນ​ເນັສ​ເບີກ, ປະເທດ​ອາ​ຟຣິ​ກາ​ໃຕ້
ໂດຍ​ໄດ້​ຕົກລົງ​ທີ່​ຈະ​ຂະຫຍາຍ​ສະມາຊິກ​ຂອງ​ກົນ​ໄກ​ຮ່ວມ​ມື​ດັ່ງກ່າວ. ວັນ​ທີ 1 ມັງກອນ 2024, ປະເທດ ອາ​ຣັບ​ບີ ຊາ​ອຸ​ດິດ, ເອ​ຢິບ, ສະຫະ​ນະຄອນ​
ເອ​ມິ​ຣັດ ອາ​ຣັບ, ອີ​ຣານ, ເອ​ທິ​ໂອ​ປີ ໄດ້​ກາຍເປັນ​ປະເທດ​ສະມາຊິກ​ທາງ​ການ​ຂອງ​ກົນ​ໄກ​ຮ່ວມ​ມື​ປະເທດ​ບຣິກສ໌.

     ນັບ​ແຕ່​ສ້າງຕັ້ງ​ກົນ​ໄກ​ຮ່ວມ​ມື​ດັ່ງກ່າວ​ເປັນຕົ້ນ​ມາ, ບັນດາ​ປະເທດ​ບຣິກສ໌ ໄດ້​ມີ​ພື້ນຖານ​ການ​ຮ່ວມ​ມື ທີ່​ນັບ​ມື້​ນັບ​ໜັກ​ແໜ້ນ​ຍິ່ງ​ຂຶ້ນ, ຂົງເຂດ​ການ
​ຮ່ວມ​ມື​ເປີດ​ກວ້າງ​ອອກ​ເທື່ອ​ລະ​ກ້າວ, ກາຍເປັນ​ກຳລັງ​ສ້າງສັນ ທີ່​ຊຸກຍູ້​ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ໂລກ, ປັບປຸງ​ການ​ຄຸ້ມ​ຄອງ​ໂລກ​ໃຫ້​ສົມບູນ​ຂຶ້ນ
ແລະ ຊຸກຍູ້​ສາຍ​ພົວພັນສາກົນ​ຫັນ​ເປັນ​ແບບ​ປະຊາທິປະໄຕ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 01/08/2024